Thursday, March 29, 2012

SLFS President's speech 24/3/2012 @Bonnyrigg Sports Club (Syd, Aust)

ຮຽນ:  ທ່ານ​ຜູ້​ອະ​ວຸ​ໂສ
      ທ່ານ​ຜູ້​ຕາງ​ໜ້າ​ອົງ​ການ​ຈັດ​ຕັ້ງ​ຕ່າງໆ​ຂອງ​ຊຸມ​ຊົນ​ລາວ​ທີ່​ໄດ້​ມ​າ​ຮ່ວມ
      ເພື່ອນ​ສະ​ມາ​ຊິກ​ຂອງ​ສະ​ໂມ​ສອນ
      ທ່ານ​ທີ່​ມີ​ກຽດ
      ພໍ່​ແມ່ອ້າຍ​ເອື້ອຍ​ນ້ອງໝູ່​ຄູ່ນ້ອງ​ນຸ່ງ ລູກຫຼານ ທີ່​ຮັກ​ແພງ​ແລະ​ນັ​ບ​ຖື

ຂ້າ​ພະ​ເຈົ້າ ບຸນ​ຍິ່ງ ອ່ອນ​ມະ​ນີ, ປະ​ທານ​ສະ​ໂມ​ສອນ​ສາຍ​ໃຈ​ລາວ​ໄຕ້ ພ້ອມ​ດ້ວ​ຍ​ຄ​ນະກັມ​ມະ​ການ​ຈັດ​ງານ​ທຸກ​ທົ່ວ​ໜ້າ ມີ​ຄວາມ​ປ​າບ​ປຶ້ມ​ໃຈ​ແລະ​ຂໍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ນຳ​ທຸກໆ​ທ່ານ ທີ່​ໄດ້​ສ​ລະ ເວ​ລາ ໃຫ້​ກຽດ​ມາ​ຮ່ວມ​ໃນ​ງານ​ຣາ​ຕ​ຣີ​ສະ​ໂມ​ສອນ​ທີ່​ໄດ້​ຈັດ​ຂຶ້ນ​ໃນ​ຄ່ຳ​ຄືນ​ວັນ​ນີ້.
 
ດັ່ງ​ທີ່​ທ່ານ​ຄົງ​ຊາບ​ດີ​ຢູ່​ແລ້ວ​ວ່າ ດົນ​ນານ​ປີ​ທາງ​ສະ​ໂມ​ສອນ​ຈຶ່ງ​ໄດ້​ມີ​ໂອ​ກາດ​ຈັດ​ງານ​ຂຶ້ນ​ເປັນ​ບາງ​ຄັ້ງ​ບາງ​ຄາວ.  ການ​ຈັດ​ງານ​ຄັ້ງນີ້ ກໍ​ເໝືອນ​ກັບ​ຄັ້ງ​ທີ່​ຜ່ານ​ໆ​ມາ ຄື​ມີ​ຈຸດ​ປະ​ສົງ​ຢູ່ 2 ຢ່າງ:

1.   ເພື່ອ​ເປັນ​ກາ​ນ​ພົບ​ປະ​ສ້​າງ​ສັນ ສ້າງ​ສັມ​ພັນ​ທະ​ໄມ​ຕ​ຣີ ຣະ​ຫວ່າງ​ ເພື່ອນ​ສະ​ມາ​ຊິກ​ດ້ວຍ​ກັນ
2.   ເພື່ອ​ເປັນ​ການ​ເສີມ​ຂ​ຍາຍ​ຄວາມ​ຮັກຄວາມ​ແພງ ຄວາ​ມ​ສ​ມານ​   ສາ​ມັກ​ຄີ ໃຫ້​ເພີ້ມ​ທະ​ວີ​ຍິ່ງ​ຂຶ້ນ

ງານ​ຂອງ​ເຮົາ​ໃນ​ຄ່ຳ​ຄືນນີ້ ໄດ້​ມອບ​ໝາຍ​ໃຫ້​ວົງ​ດົນ​ຕ​ຣີ “ສຽງ​ສວັນ” ​ເປັນ​ຜູ້​ມາ​ໃຫ້​ຄວາມ​ມ່​ວນ​ຊື່ນ ຣື່ນ​ເຣີງ ບັນ​ເທິງ​ໃຈ​ແກ່​ທ່ານ.  ຂໍ​ເຊີນ​ທ່ານ​ໄດ້​ຫາ​ຄວາມ​ສຳ​ຣານ​ໃຈ ໃນ​ຈັງ​ຫວະ​ເພງ​ຕ່າງໆ​ຕາມ​ໃຈ​ຊອບ.

ທ້າຍ​ສຸດ ເນື່ອງ​ໃນ​ໂອ​ກາດ​ປີ​ໃໝ່​ລາວ​ເຮົາ​ຈະ​ມາ​ເຖິງນີ້ ສະ​ໂມ​ສອນ​ສາຍ​ໃຈ​ລາວ​ໄຕ້ ຂໍ​ອວຍ​ພອນ​ແດ່​ທ່ານ​ຈົ່ງ​ປະ​ສົບ​ແຕ່​ຄວາມ​ສຸ​ຂ ຄວາມ​ຈ​ເຣີນ ຕ​ລອດ​ປີ​ໃໝ່ 2012 ນີ້​ດ້ວນ​ເທີ້ນ.  ແລະ​ຂ້າ​ພະ​ເຈົ້​າ​ຂໍ​ກ່າວ​ເປີດ​ງານ​ຣາ​ຕ​ຣີ ຢ່າງ​ເປັນ​ທາງ​ການ​ນັບ​ແຕ່​ບັດ​ນີ້ ເປັນ​ຕົ້ນ​ໄປ.
ຂໍ​ຂອບ​ໃຈ

(ຄຳ​ປາ​ສັຍນີ້​ໄດ້​ກ່າວ​ເປັນ​ພາ​ສາ​ອັງ​ກິດ​ໂດຍ ຍນ ໄພ​ວັນ ພູ​ມິນ​ທ​ຣ໌)

No comments:

Post a Comment